ວິໄສທັດ ແລະ ຄວາມເປັນມາຂອງວິທະຍາເຂດຊຸມຊົນ Mariner

Mariner Community Campus Vision & Background | Visión e historia de Mariner Community Campus | Marinerコミュニティキャンパスのビジョンと背景 | Mariner 社区校园的愿景和背景 | Видение и история кампуса сообщества Mariner | 마리너 커뮤니티 캠퍼스 비전 및 배경 | Misyon at Sanligan ng Mariner Community Campus | O le Vaai Mamao a le Mariner Community Campus Vision ma Tala’aga (Background) | العربيةالرؤية والمعلومات الأساسية للحرم الجامعي في مجتمع مارينر. | Vision et Fond du Campus Communautaire Mariner | วิสัยทัศน์และประวัติความเป็นมาของ Mariner Community Campus | ទស្សនៈវិស័យ និងប្រវត្តិនៃជំរុំសហគមន៍ Mariner

ວິໄສທັດ

ເພື່ອສ້າງວິທະຍາເຂດ ຊຸມຊົນ Mariner ເພື່ອສະໜອງສິ່ງທີ່ຈໍາເປັນ ແລະ ຊັບພະຍາກອນທີ່ເປັນພື້ນຖານ ໃຫ້ແກ່ຜູ້ຢູ່ອາໄສໃນເຂດຊຸມຊົນ Mariner. ວິທະຍາເຂດດັ່ງກ່າວ ແມ່ນຈະຖືກສ້າງຂຶ້ນບົນພື້ນຖານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນເພື່ອ:

  • ສ້າງວິທະຍາເຂດຊຸມຊົນ ໃຫ້ທີ່ມີຄວາມປອດໄພ ແລະ ເຂົ້າເຖິງໄດ້
  • ສະໜອງຜົນປະໂຫຍດໃຫ້ແກ່ຊຸມຊົນ ເພື່ອຕອບສະໜອງຄວາມຕ້ອງການຂັ້ນພື້ນຖານ ຂອງຜູ້ທີ່ອາໄສຢູ່ທັງໝົດ
  • ສະໜັບສະໜູນເຂດ Mariner ດ້ວຍການບໍລິການທີ່ປະສົມປະສານ ແລະ ຄຸນນະພາບສູງ ແລະ ມີສິ່ງອໍານວຍຄວາມສະດວກ ທີ່ເສີມສ້າງໃຫ້ຄອບຄົວ ມີສຸຂະພາບທີ່ດີ ແລະ ຊຸມຊົນມີຄວາມເຂັ້ມແຂງ

ຫຼັກການການນຳພາຂອງໂຄງການປະກອບມີ: ການເຂົ້າເຖິງຊັບພະຍາກອນ ແລະ ເຕັກໂນໂລຊີ ໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ເທົ່າທຽມກັນ, ໂອກາດ, ການເຊື່ອມຕໍ່ກັບຊຸມຊົນ ແລະ ຄວາມເທົ່າທຽມກັນທາງສັງຄົມ.

ດາວໂຫຼດ: ເອກະສານຂໍ້ມູນຕົວຈິງ ຂອງ ວິທະຍາເຂດ ຊຸມຊົນ Mariner

ເບິ່ງ: ວິດີໂອຂອງງານເປີດໂຕໂຄງການ ວິທະຍາເຂດ ຊຸມຊົນ Mariner

ປະຫວັດຄວາມເປັນມາ

ບັນດາຫ້ອງສະໝຸດຂອງ Sno-Isle ໄດ້ກໍານົດຄວາມຕ້ອງການທີ່ບໍ່ພຽງພໍ ແລະ ໃນເດືອນກຸມພາ ປີ 2017, ກໍໄດ້ເປີດຫ້ອງສະໝຸດ Mariner ຢູ່ໜ້າຮ້ານຄ້າ ເປັນໂຄງການທົດລອງ. ນັບຕັ້ງແຕ່ໄດ້ເປີດປະຕູຮ້ານ, ມີຜູ້ເຂົ້າມາຢ້ຽມຊົມຫໍສະໝຸດຂອງຊຸມຊົນຫຼາຍກວ່າ 80,000 ຄົນ.

State Sen. Marko Liias, D-Mukilteo ຊຶ່ງມີຄວາມຄຸ້ນເຄີຍດີກັບບັນດາສິ່ງທ້າທາຍ ທີ່ຜູ້ທີ່ອາໄສຢູ່ໃນເຂດຕ້ອງພົບພໍ້ໃນການເຂົ້າເຖິງການບໍລິການ ໄດ້ເບິ່ງຄວາມຄິດເຫັນຂອງຊຸມຊົນ ແລະ ໄດ້ເຫັນໂອກາດທີ່ຫຼາຍຂຶ້ນ.

ໃນປີ 2017, ການປຶກສາຫາລື ໄດ້ເລີ່ມຕົ້ນຂຶ້ນ ກ່ຽວກັບແນວຄວາມຄິດ ສຳລັບການສ້າງ ວິທະຍາເຂດ ຊຸມຊົນ Mariner ແບບຖາວອນ ຮ່ວມກັບUnited Way Snohomish County, ທ່ານ Dave Somers ຜູ້ບໍລິຫານລະດັບສູງ ຂອງ Snohomish County, Mukilteo School District ແລະ ຫໍສະໝຸດ Sno-lsle. ຜ່ານການປຶກສາຫາລືບັນຫາເຫຼົ່ານັ້ນ ແລະ ຜ່ານວຽກງານຂອງ ທ່ານ Liia ຜູ້ແທນສະພາສູງ ໃນຂົງເຂດນິຕິບັນຍັດ, ງົບປະມານລົງທຶນຂອງລັດປະຈຳປີ 2018 ແມ່ນປະກອບມີການຈັດສັນເງິນຈຳນວນ 322,000 ໂດລາສະຫະລັດ ເພື່ອເລີ່ມສ້າງວິໄສທັດສຳລັບວິທະຍາເຂດ ຊຸມຊົນ Mariner.